ກະຕິກາ
I. ຂໍ້ກໍານົດທົ່ວໄປ
1. ຈຸດປະສົງ, ຄວາມໝາຍ
ການປະກວດແມ່ນກິດຈະກໍາໜຶ່ງທີ່ເປັນໃຈກາງ ແລະ ແທດຈິງໃນລາຍການສື່ມວນຊົນພິເສດ “60 ປີແຫ່ງການພົວພັນຫວຽດນາມ - ລາວ: ຮ່ວມສາຍພູຫຼວງ” ເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5 ກັນຍາ 1962 – 5 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ (18 ກໍລະກົດ 1977 - 18 ກໍລະກົດ 2022) ໂດຍວາລະສານຍຸກສະໄໝ ສົມທົບກັບ ສະຖານເອກອັກຄະລັດຖະທູດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ ຈັດຕັ້ງ.
ຫວນຄືນຄວາມຊົງຈໍາອັນດີງາມ, ນໍ້າໃຈຕິດພັນທີ່ສະໜິດແໜ້ນ, ຄວາມຈົງຮັກ ພັກດີ ລະຫວ່າງອ້າຍນ້ອງ ຫວຽດນາມ - ລາວທີ່ເຄີຍຄຽງບ່າຄຽງໄຫຼ່, ແບ່ງທຸກແບ່ງສຸກ, ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ອອກແຮງງານ ແລະ ຮໍ່າຮຽນ; ສະແດງແນວຄິດຈິດໃຈ, ນໍ້າໃຈ ແລະ ຄວາມມຸ່ງມາດປາຖະໜາໃນການສືບຕໍ່ເພີ່ມພູນຄູນສ້າງອະນາຄົດແຫ່ງການພົວພັນຫວຽດນາມ - ລາວ.
ຊຸກຍູ້ໃຫ້ບັນດາບຸກຄົນ, ໝູ່ຄະນະ ແນະນຳ, ສະໜອງ, ຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງບັນດາສາລະຄະດີ, ວັດຖຸພັນໃນປະຫວັດສາດກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນທຸກວັນນີ້ ແລະ ໃນວັນໜ້າ.
2. ຂອບເຂດ, ເປົ້້າໝາຍນໍາໃຊ້
ກະຕິການີ້ກໍານົດຈຸດປະສົງ, ຄວາມໝາຍ, ຂອບເຂດ, ເປົ້າໝາຍນໍາໃຊ້, ຜູ້ເຂົ້າຮ່ວມການປະກວດ, ຈໍານວນ, ຄຸນລັກສະນະ ແລະ ມາດຖານຂອງບົດທີ່ເຂົ້າຮ່ວມການປະກວດ; ວິທີການຄັດເລືອກ, ໂຄງຮ່າງລາງວັນ, ລະດັບລາງວັນ, ເວລາການຈັດຕັ້ງ, ຄະນະຈັດຕັ້ງ, ສະພາກໍາມະການ ແລະ ບັນດາຂໍ້ກໍານົດທີ່ກ່ຽວຂ້ອງກັບການປະກວດ; ວິທີການສົ່ງຮູບພາບ, ຂອງທີ່ລະນຶກ…
ຂອງທີ່ລະນຶກແມ່ນວັດຖຸພັນຂອງບຸກຄົນ, ອົງການຈັດຕັ້ງທີ່ກ່ຽວຂ້ອງກັບການພົວພັນຂອງບຸກຄົນ, ໝູ່ຄະນະ, ຫົວໜ່ວຍ ແລະ ທ້ອງຖິ່ນສອງປະເທດ ຫວຽດນາມ ແລະ ລາວ. ໄລຍະເວລາການເກັບຮັກສາສໍາລັບວັດຖຸພັນດັ່ງກ່າວແມ່ນຢ່າງຫນ້ອຍ 5 ປີ (ນັບແຕ່ປີ 2017). ວັດຖຸພັນເຫຼົ່ານັ້ນ ຕ້ອງມີປະຫວັດ, ແຫຼ່ງກຳເນີດ, ເນື້ອໃນ ແລະ ເຫດຜົນທີ່ຍັງເກັບຮັກສາໄວ້. ວັດຖຸພັນ ຕ້ອງບໍ່ຢູ່ໃນປະເພດທີ່ຂັດແຍ້ງໃນດ້ານເປັນກໍາມະສິດ, ກໍຄືບໍ່ໄດ້ຢູ່ໃນບັນຊີວັດສະດຸ, ວັດຖຸສິ່ງຂອງ, ສິນຄ້າ ແລະ ອື່ນໆ ໂດຍເປັນກໍາມະສິດ, ເກັບຮັກສາໄວ້ແບບຜິດກົດໝາຍ ຫວຽດນາມ ແລະ ລາວ.
ວັດຖຸພັນ ແມ່ນບັນດາວັດຖຸທີ່ເປັນຜະລິດຕະພັນ (ເສື້ອ, ໝວກ, ກະເປົາ, ໄຟສາຍ, ກັບໄຟ...); ແມ່ນວັດຖຸພັນທີ່ຈົດກ່າຍລາຍປາກກາ, ບົດປະພັນວັນນະຄະດີ, ສິລະປະ (ຈົດໝາຍ, ບົດເພງ, ບົດກະວີ, ຮູບແຕ້ມ, ຮູບພາບ, ຂໍ້ຄວາມ...).
ບົດທີ່ເຂົ້າຮ່ວມການປະກວດແມ່ນບົດຂຽນ, ບົດຄວາມກ່ຽວກັບຂອງທີ່ລະນຶກ, ບົດເວົ້າໃນຄລິບວີດີໂອໂດຍມີເນື້ອໃນແນະນຳຄື ຊື່ຂອງຂອງທີ່ລະນຶກ, ເລື່ອງລາວ, ຕົ້ນກຳເນີດ, ສະພາບການກໍາເກີດ, ວິວັດການເກັບຮັກສາຂອງທີ່ລະນຶກ; ຈຸດປະສົງ, ຄວາມຫມາຍ, ສິດເປັນກໍາມະສິດຂອງທີ່ລະນຶກ; ຄວາມປາຖະຫນາ, ແຜນການ (ຖ້າມີ) ຂອງຜູ້ເຂົ້າຮ່ວມການປະກວດ, ເຈົ້າຂອງ, ຜູ້ຮັກສາຂອງທີ່ລະນຶກ.
ບົດຂຽນຕ້ອງມີຮູບພາບ, ຂອງທີ່ລະນຶກ ແລະ ສາລະຄະດີທີ່ກ່ຽວຂ້ອງສົ່ງມາພ້ອມ.
ໃນພິທີມອບລາງວັນການປະກວດ, ຄະນະຈັດຕັ້ງ ຈະຈັດຕັ້ງຫ້ອງວາງສະແດງບັນດາຂອງທີ່ລະນຶກພິເສດ ແລະ ພົ້ນເດັ່ນ. ບັນດາຜູ້ເຂົ້າຮ່ວມການປະກວດ ແລະ ກຸ່ມຜູ້ເຂົ້າຮ່ວມການປະກວດສາມາດຕິດຕໍ່ກັບຄະນະຈັດຕັ້ງການປະກວດ ຫຼື ສະແດງເຈດຈຳນົງໃນການສົ່ງຂອງທີ່ລະນຶກ ເພື່ອວາງສະແດງຢູ່ໃນພິທີມອບລາງວັນ ຢູ່ໃນບົດທີ່ສົ່ງເຂົ້າຮ່ວມການປະກວດ.
II. ຂໍ້ກໍານົດລະອຽດ
1. ຜູ້ເຂົ້າຮ່ວມການປະກວດ/ ກຸ່ມຜູ້ເຂົ້າຮ່ວມການປະກວດ
- ແມ່ນບັນດາບຸກຄົນ, ໝູ່ຄະນະນັກຊ່ຽວຊານ, ພະນັກງານ - ພົນທະຫານຂອງບັນດາກໍາລັງປະກອບອາວຸດ, ສໍານັກງານ, ອົງການຈັດຕັ້ງ, ຫົວໜ່ວຍ, ວິສາຫະກິດ, ນັກສິລະປິນ, ນັກສຶກສາຕ່າງປະເທດ, ນັກສຶກສາ, ນັກທ່ອງທ່ຽວ… ເຊິ່ງເປັນຄົນຫວຽດທີ່ເຄີຍເຮັດວຽກ, ຮ່ຳຮຽນ ແລະ ທ່ອງທ່ຽວຢູ່ລາວ; ຫຼື ມີການພົວພັນ, ເຮັດວຽກກັບໝູ່ເພື່ອນທີ່ເປັນຄົນລາວ;
- ບັນດາອົງການຈັດຕັ້ງ, ພົນລະເມືອງ, ພະນັກງານ, ນັກສຶກສາຕ່າງປະເທດ, ນັກສຶກສາ... ເຊິ່ງເປັນຄົນລາວທີ່ເຄີຍເຮັດວຽກ, ຮ່ຳຮຽນ ແລະ ທ່ອງທ່ຽວຢູ່ຫວຽດນາມ; ຫຼື ມີການພົວພັນ, ເຮັດວຽກກັບໝູ່ເພື່ອນທີ່ເປັນຄົນຫວຽດນາມ;
- ບັນດາຜູ້ທີ່ເປັນກຳມະສິດ ຫຼື ເກັບຮັກສາຂອງທີ່ລະນຶກ, ສາລະຄະດີ, ເອກະສານໂດຍກົງ ທີ່ກ່ຽວຂ້ອງກັບການພົວພັນຫວຽດນາມ - ລາວ ເຊິ່ງມີຄວາມເຂົ້າໃຈກ່ຽວກັບເລື່ອງລາວ, ຕົ້ນກໍາເນີດຂອງຂອງທີ່ລະນຶກນັ້ນ;
- ບັນດານັກຂ່າວອາຊີບ, ຜູ້ສື່ຂ່າວ, ຜູ້ຮ່ວມງານ, ຜູ້ອ່ານທັງຢູ່ພາຍໃນ ແລະ ຕ່າງປະເທດທີ່ມີຂໍ້ມູນ, ສາລະຄະດີ ແລະ ເຈົ້າຂອງຜູ້ທີ່ເປັນກຳມະສິດ ແລະ ເກັບຮັກສາຂອງລະນຶກ ໄດ້ອະນຸຍາດໃຫ້ຂຽນບົດ, ຖ່າຍວິດີໂອ, ຖ່າຍຮູບແນະນໍາກ່ຽວກັບຂອງທີ່ລະນຶກນັັ້ນ.
2. ບົດທີ່ເຂົ້າຮ່ວມການປະກວດ
ບົດທີ່ເຂົ້າຮ່ວມການປະກວດແມ່ນບົດຂຽນ, ບົດເວົ້າຢູ່ຄລິບວີດີໂອ... ໂດຍມີເນື້ອໃນ ເໝາະສົມກັບຂໍ້ກໍານົດຢູ່ຂໍ້ 2 ໃນຂໍ້ I ຂອງກະຕິກາສະບັບນີ້. ຂໍ້ມູນໃນບົດທີ່ເຂົ້າຮ່ວມການປະກວດນີ້ ຕ້ອງຮັບປະກັນວ່າແມ່ນວຽກແທ້, ຄົນຈິງ, ພັນລະນາສະພາບຂອງທີ່ລະນຶກທີ່ພວມເກັບຮັກສາໄວ້.
ບົດທີ່ເຂົ້າຮ່ວມການປະກວດສາມາດຂຽນ, ເລົ່າກ່ຽວກັບໜຶ່ງ ຫຼື ຫຼາຍຂອງທີ່ລະນຶກ ເຊິ່ງຂຽນເປັນພາສາຫວຽດ ຫຼື ພາສາລາວ. ຜູ້ເຂົ້າຮ່ວມການປະກວດ/ ກຸ່ມຜູ້ເຂົ້າຮ່ວມການປະກວດ ສາມາດສົ່ງມາເຂົ້າຮ່ວມການປະກວດແຕ່ 1 – 5 ບົດ. ແຕ່ລະບົດ ມີຄວາມຍາວບໍ່ເກີນ 2000 ຄໍາ (ພາສາຫວຽດ).
ບົດທັງໝົດທີ່ເຂົ້າຮ່ວມການປະກວດ ຕ້ອງບໍ່ລະເມີດບັນດາຂໍ້ກໍານົດຂອງກົດໝາຍທີ່ພວມປະກາດໃຊ້ໃນປະຈຸບັນກ່ຽວກັບລິຂະສິດ, ຊັບສິນທາງປັນຍາ, ສື່ມວນຊົນ, ສິດກໍາມະສິດ, ລະບຽບການນຳໃຊ້ເຄືອຂ່າຍອິນເຕີເນັດ... ຂອງຫວຽດນາມ ແລະ ລາວ. ບໍ່ລະເມີດຮີດຄອງປະເພນີ ແລະ ແບບແຜນດານດໍາລົງຊີວິດທີ່ດີງາມ, ສິນທໍາທາງສັງຄົມ ຂອງຫວຽດນາມ - ລາວ. ບໍ່ຂັດກັບແຜນນະໂຍບາຍກ່ຽວກັບການພົວພັນມິດຕະພາບຂອງສອງປະເທດ.
ຜະລິດຕະພັນທີ່ສົ່ງມາວາງສະແດງຢູ່ໃນພິທີມອບລາງວັນ ບໍ່ຈໍາກັດດ້ານຈໍານວນ, ຮັບປະກັນຄຸນນະພາບ ແລະ ຄວາມສາມາດໃນການເກັບຮັກສາ.
ບັນດາບົດ, ວັດຖຸພັນທີ່ເຂົ້າຮ່ວມການປະກວດ, ວາງສະແດງຕ້ອງຂຽນຂໍ້ມູນຕົນເອງລະອຽດ (ຊື່ ແລະ ນາມສະກຸນ, ອາຍຸ, ທີ່ຢູ່ປະຈຸບັນ, ສໍານັກງານ, ຫົວໜ່ວຍເຮັດວຽກປັດຈຸບັນ, ວີທີການຕິດຕໍ່) ຂອງຜູ້ເຂົ້າຮ່ວມການປະກວດ, ສິດຂອງຜູ້ເຂົ້າຮ່ວມການປະກວດຕໍ່ກັບຂອງທີ່ລະນຶກ ແລະ ບັນດາຂໍ້ມູນອື່ນໆທີ່ກ່ຽວຂ້ອງ (ຖ້າມີ).
3. ວິທີການຕິລາຄາ ແລະ ການຄັດເລືອກ
ຄະນະຈັດຕັ້ງຈະຄັດເລືອກ, ບັນນາທິການ ແລະ ນຳໃຊ້ບັນດາບົດທີ່ເຂົ້າຮ່ວມການປະກວດ, ໂດຍອີງຕາມຂໍ້ກໍານົດຂອງກົດໝາຍວ່າດ້ວຍສື່ມວນຊົນ ຫວຽດນາມ ທີ່ພວມປະກາດໃຊ້ໃນປະຈຸບັນ ແລະ ຂໍ້ກໍານົດຂອງວາລະສານຍຸກສະໄໝ. ບົດທີ່ເຂົ້າຮ່ວມການປະກວດທີ່ຖືກຕາມມາດຕະຖານ ຈະໄດ້ຮັບການລົງພິມໃນພາຫະນະສື່ມວນຊົນຂອງວາລະສານຍຸກສະໄໝ. ຄະນະຈັດຕັ້ງຈະສົ່ງບັນດາບົດທີ່ເຂົ້າຮ່ວມການປະກວດມາໃຫ້ຄະນະກໍາມະການເພື່ອຕີລາຄາ (ໃຫ້ຄະແນນ) ຄັດເລືອກ, ຈັດອັນດັບໂດຍໃຫ້ຄະແນນຜ່ານແຕ່ລະຮອບ ແລະ ມອບລາງວັນ.
4. ລາງວັນ, ລະດັບລາງວັນ
ລາງວັນປະກອບມີ ລາງວັນພິເສດ 01 ລາງວັນ, ລາງວັນທີໜຶ່ງ 05 ລາງວັນ, ລາງວັນທີສອງ 15 ລາງວັນ, ລາງວັນທີສາມ 20 ລາງວັນ ແລະ ລາງວັນຊົມເຊີຍ 30 ລາງວັນ.
ໂດຍອີງຕາມຈຳນວນ ແລະ ຄຸນລັກສະນະຂອງບົດທີ່ສົ່ງເຂົ້າຮ່ວມການປະກວດ, ຄະນະຈັດຕັ້ງ ຈະມອບລາງວັນພິເສດສະເພາະໃຫ້ບຸກຄົນ, ຫົວໜ່ວຍທີ່ຮັກສາຂອງທີ່ລະນຶກໄດ້ດີທີ່ສຸດ, ພິເສດທີ່ສຸດ; ຜູ້ເຂົ້າຮ່ວມການປະກວດທີ່ມີອາຍຸສູງທີ່ສຸດ, ຜູ້ເຂົ້າຮ່ວມການປະກວດທີ່ມີອາຍຸນ້ອຍທີ່ສຸດ; ບົດທີ່ມີຜູ້ອ່ານທາງອິນເຕີເນັດເຂົ້າອ່ານ, ກົດໄລ, ກົດແຊ ຫຼາຍທີ່ສຸດ...
ບັນດາຜູ້ເຂົ້າຮ່ວມການປະກວດ ແລະ ບົດເຂົ້າຮ່ວມການປະກວດທີ່ໄດ້ຮັບລາງວັນ ຈະໄດ້ຮັບເງິນລາງວັນ ພ້ອມກັບໃບຍ້ອງຍໍ ແລະ ໃບຢັ້ງຢືນ ຈາກຄະນະຈັດຕັ້ງ.
5. ຄະນະຈັດຕັ້ງການປະກວດ
ຄະນະຈັດຕັ້ງການປະກວດໄດ້ຮັບການສ້າງຕັ້ງ ໂດຍວາລະສານຍຸກສະໄໝ ຕົກລົງສ້າງຕັ້ງ, ປະກອບມີ ຫົວໜ້າຄະນະ, ຮອງຫົວໜ້າຄະນະ ແລະ ສະມາຊິກ.
ຄະນະຈັດຕັ້ງມີໜ້າທີ່ສ້າງຕັ້ງສະພາກໍາມະການ, ກອງເລຂາ, ບັນດາພາກສ່ວນຊ່ວຍວຽກ ແລະ ຜັນຂະຫຍາຍບັນດາກິດຈະກໍາທີ່ກ່ຽວຂ້ອງກັບການປະກວດ.
ຄະນະຈັດຕັ້ງໄດ້ນໍາໃຊ້ກາຈໍ້າ, ເລກບັນຊີ, ໂທລະສັບ, ອີເມວ ຂອງວາລະສານຍຸກສະໄໝໃນໄລຍະເວລາດໍາເນີນງານ.
ຄະນະຈັດຕັ້ງມີສິດນໍາໃຊ້ບັນດາບົດຂຽນ, ສາລະຄະດີ, ຮູບພາບທີ່ເຂົ້າຮ່ວມການປະກວດເພື່ອລົງພິມຢູ່ໃນບັນດາສື່ສິ່ງພິມ, ທາງອິນເຕີເນັດ, ພິມເປັນເອກະສານ, ປື້ມ, ໜັງສືພິມ ເພື່ອຮັບໃຊ້ໃນວຽກງານສື່ສານ, ໂຄສະນາເຜີຍແຜ່ຕາມຂໍ້ກໍານົດທີ່ພວມປະກາດໃຊ້ໃນປະຈຸບັນ.
ຄະນະຈັດຕັ້ງກຳນົດ ແລະ ແຈ້ງເວລາຈັດຕັ້ງການມອບລາງວັນເຖິງບັນດາໝູ່ຄະນະ, ບຸກຄົນທີ່ໄດ້ຮັບລາງວັນ ຊ້າສຸດ 7 ວັນກ່ອນວັນຮັບລາງວັນ.
6. ອົງການຜູ້ປະຈໍາການການປະກວດ
ອົງການຜູ້ປະຈໍາການການປະກວດ ແມ່ນວາລະສານຍຸກສະໄໝ, ສໍານັກງານຕັ້ງຢູ່ເລກທີ 61 ຖະໜົນ ບ່າຈ້ຽວ, ເມືອງ ຮວ່ານກ໊ຽມ, ຮ່າໂນ້ຍ.
ອົງການຜູ້ປະຈໍາການການປະກວດມີໜ້າທີ່: ເປັນປະທານ, ສົມທົບກັບບັນດາສໍານັກງານ, ຫົວໜ່ວຍທີ່ກ່ຽວຂ້ອງເພື່ອຜັນຂະຫຍາຍ, ເຜີຍແຜ່, ແນະນໍາປະຕິບັດຕາມກະຕິກາຂອງການປະກວດ.
ເປັນຜູ້ປະສານ ແລະ ຮັບບົດທີ່ສົ່ງມາເຂົ້າຮ່ວມການປະກວດ, ຂອງທີ່ລະນຶກທີ່ຝາກມາ ເພື່ອວາງສະແດງ.
ເປັນປະທານ, ປະສານສົມທົບໃຫ້ຄຳປຶກສາດ້ານເນື້ອໃນ, ຮູບການ ແລະ ຮັບປະກັນພື້ນຖານວັດຖຸໃຫ້ແກ່ວິວັດການເຮັດວຽກຂອງຄະນະຈັດຕັ້ງ ແລະ ສະພາກຳມະການ.
ເປັນປະທານ, ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ ເພື່ອລະດົມແຫຼ່ງອຸປະຖໍາ, ປະກອບສ່ວນ ແລະ ໜູນຊ່ວຍການຈັດຕັ້ງການປະກວດ; ຂຸດຄົ້ນບັນດາການບໍລິການຂໍ້ມູນຂ່າວສານ, ໂຄສະນາເຜີຍແຜ່, ແນະນຳ... ຕິດພັນກັບບັນດາກິດຈະກໍາຂອງການປະກວດຕາມຂໍ້ກໍານົດທີ່ພວມປະກາດໃຊ້ໃນປະຈຸບັນ.
ສົມທັບກັບບັນດາສໍານັກງານ, ຫົວໜ່ວຍ, ວິສາຫະກິດທີ່ກ່ຽວຂ້ອງ ເພື່ອຈັດພິທີ ປະກາດຜົນ ແລະ ມອບລາງວັນການປະກວດ; ເຊື່ອມຕໍ່, ຕິດຕໍ່ ແລະ ຈັດຕັ້ງການມອບຂອງທີ່ລະນຶກ ຕາມການສະເໜີ ແລະ ຄວາມປາດຖະຫນາຂອງຜູ້ມອບ ແລະ ຜູ້ຮັບ.
7. ສະພາກໍາມະການ
ສະພາກໍາມະການໄດ້ສ້າງຕັ້ງ ໂດຍຫົວໜ້າຄະນະຈັດຕັ້ງການປະກວດເປັນຜູ້ຕົກລົງ.
ສະມາຊິກຂອງສະພາກຳມະການປະກອບມີ ປະທານສະພາ ແລະ ບັນດາສະມາຊິກ ເຊິ່ງເປັນຜູ້ຕາງໜ້າຄະນະຊີ້ນຳວຽກງານຖະແຫຼງຂ່າວການຕ່າງປະເທດສູນກາງ, ກົມຖະແຫຼງຂ່າວການຕ່າງປະເທດ (ກະຊວງຖະແຫຼງຂ່າວ ແລະ ສື່ສານ), ກົມການຂ່າວ (ກະຊວງຖະແຫຼງຂ່າວ ແລະ ສື່ສານ), ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ສະຖານເອກອັກຄະລັດຖະທູດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ລາວ -ຫວຽດນາມ.
ພາກສ່ວນຊ່ວຍວຽກຄະນະກໍາມະການ ໂດຍອົງການຜູ້ປະຈໍາການການປະກວດຈັດ ແລະ ແບ່ງງານ.
ສະພາກໍາມະການສ້າງ ແລະ ປະກາດຂໍ້ກໍານົດກ່ຽວກັບກໍາມະການ ໃຫ້ເໝາະສົມກັບຂໍ້ກຳນົດຂອງກົດໝາຍ ແລະ ຄວາມຮຽກຮ້ອງຕ້ອງການຂອງການປະກວດ. ຈັດແບ່ງໜ້າທີ່ການໃຫ້ຄະແນນສໍາລັບບັນດາບົດທີ່ເຂົ້າຮ່ວມການປະກວດ ແລະ ວາງສະແດງ; ສັງລວມ ແລະ ລາຍງານໝາກຜົນໃຫ້ຄະນະຈັດຕັ້ງ.
8. ທີ່ຢູ່, ວິທີການ, ກຳນົດເວລາສົ່ງບົດເຂົ້າຮ່ວມການປະກວດ, ຂອງທີ່ລະນຶກທີ່ວາງສະແດງ
- ທີ່ຢູ່ຄະນະຈັດຕັ້ງການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ”, ວາລະສານຍຸກສະໄໝ, ເລກທີ 61, ຖະໜົນ ບ່າຈ້ຽວ, ຕາແສງ ຮ່າງບ່າຍ (ຮວ່ານກ໊ຽມ, ຮ່າໂນ້ຍ), ເບີໂທລະສັບ: 84-24-39445396; Fax: 84-24-39445397; Email: toasoan@thoidai.com.vn; Hotline: +84.097.681.2201; +84.096.634.7288.
- ສົ່ງບົດເຂົ້າຮ່ວມການປະກວດ:
- ສົ່ງໂດຍກົງຜ່ານເວັບໄຊ: thoidai.com.vn ຫຼື huunghivietlao.thoidai.com.vn ຫຼື 60namvietlao.thoidai.com.vn. ຢູ່ໃນໜ້າທໍາອິດຂອງເວັບໄຊ ຈະມີໄອຄອນ ຂອງການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ” ເພື່ອໃຫ້ຜູ້ຂຽນສາມາດເຂົ້າເບິ່ງ ແລະ ໄດ້ຮັບການແນະນຳກ່ຽວກັບວິທີການສົ່ງບົດເຂົ້າປະກວດ.
- ບົດທີ່ເຂົ້າຮ່ວມການປະກວດ ແມ່ນເອກະສານທີ່ພິມເປັນ Microsoft Word, ຄລິບວີດີໂອ, ຟາຍອັດສຽງ, ສົ່ງຜ່ານທາງອີເມວ: toasoan@thoidai.com.vn
- ຖ້າເປັນບົດຂຽນໃສ່ເຈ້ຍ ໃຫ້ສົ່ງໄປສຳນັກງານວາລະສານຍຸກສະໄໝ. ໂດຍຂຽນໃສ່ໜ້າຊອງລະອຽດວ່າ: ບົດເຂົ້າຮ່ວມການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ”.
- ຂອງທີ່ລະນຶກທີ່ວາງສະແດງ ແມ່ນສົ່ງມາຕາມທີ່ຢູ່ຂອງຄະນະຈັດຕັ້ງການປະກວດ (ທີ່ຂຽນໄວ້ຢູ່ຂ້າງເທິງ).
- ບັນດາຜູ້ເຂົ້າຮ່ວມການປະກວດທີ່ເປັນບຸກຄົນ ແລະ ອົງການຈັດຕັ້ງສາມາດຮີບໂຮມບົດ, ຂອງທີ່ລະນຶກໃຫ້ເປັນກຸ່ມ (ຫົວໜ່ວຍ, ວິສາຫະກິດ), ອົງການຈັດຕັ້ງຕ່າງໆ (ສາຂາສະມາຄົມມິດຕະພາບ, ຄະນະຕິດຕໍ່ປະສານງານ, ສະໂມສອນ...) ສົ່ງໃຫ້ຄະນະຈັດຕັ້ງຕາມຮູບການ ແລະ ທີ່ຢູ່ທີ່ຂຽນໄວ້ຂ້າງເທິງ.
- ກຳນົດເວລາຮັບບົດເຂົ້າຮ່ວມການປະກວດ:
- ເປີດຮັບບັນດາບົດ ແລະ ຂອງທີ່ລະນຶກທີ່ສົ່ງເຂົ້າຮ່ວມການປະກວດ ແລະ ວາງສະແດງ: ເລີ່ມແຕ່ວັນທີ 9 ພຶດສະພາ 2022 ຫາ ວັນທີ 31 ສິງຫາ 2022 (ນັບຕາມກາຈໍ້າຂອງໄປສະນີ ຫຼື ມື້ທີ່ໄດ້ຮັບບົດເຂົ້າຮ່ວມການປະກວດຜ່ານອີເມວ, ເວັບໄຊ ຂອງຄະນະຈັດຕັ້ງ).
ຄະນະຈັດຕັ້ງການປະກວດ
ສໍາລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:
ພາສາລາວ: ທ່ານ ຫວູວັນສຶ ເບີໂທ +84.096.962.1927